ຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບເງິນເດືອນທີ່ໄດ້ຮັບອະນຸຍາດທັງໝົດແມ່ນໄດ້ຮັບທຶນຈາກໂຄງການ. ຄ່າໃຊ້ຈ່າຍເຫຼົ່ານີ້ລວມມີຄ່າຈ້າງພະນັກງານ, ພາສີເງິນເດືອນຂອງນາຍຈ້າງ, ແລະ ປະກັນໄພວ່າງງານ.
ຜູ້ເຂົ້າຮ່ວມມີຄວາມຮັບຜິດຊອບໃນການຈ່າຍຄ່າປິ່ນປົວຄົນເຈັບຕາມທີ່ກຳນົດໂດຍກົມບໍລິການສັງຄົມ. ເບິ່ງພາກສ່ວນ “ຄ່າປິ່ນປົວຄົນເຈັບ” ສຳລັບຂໍ້ມູນເພີ່ມເຕີມ.
CDCN ແລະ DMAS ຈະບໍ່ຈ່າຍຄ່າບໍລິການທີ່ບໍ່ຕອບສະໜອງຄວາມຕ້ອງການ, ລວມທັງແຕ່ບໍ່ຈຳກັດພຽງແຕ່ສະຖານະການຕ່າງໆເຊັ່ນ:
- ການບໍ່ມີສິດໄດ້ຮັບ Medicaid ຫຼື ການຍົກເວັ້ນ
- ພະນັກງານທີ່ລົ້ມເຫຼວໃນການກວດສອບປະຫວັດອາຊະຍາກຳຍ້ອນອາຊະຍາກຳທີ່ກີດຂວາງ
- ພະນັກງານຜູ້ໜຶ່ງທີ່ບໍ່ຜ່ານການກວດສອບບັນທຶກການລ່ວງລະເມີດ ແລະ ການລະເລີຍເດັກ
- ພະນັກງານຜູ້ໜຶ່ງທີ່ມີຊື່ຢູ່ໃນຖານຂໍ້ມູນບັນຊີລາຍຊື່ບຸກຄົນ/ໜ່ວຍງານທີ່ຖືກຍົກເວັ້ນຂອງລັດຖະບານກາງ
- ພະນັກງານຮັບໃຊ້ເຮັດວຽກຫຼາຍກວ່າຈຳນວນຊົ່ວໂມງບໍລິການທີ່ໄດ້ຮັບອະນຸຍາດ
- ຊົ່ວໂມງທີ່ສົ່ງໃຫ້ CDCN ຫຼາຍກວ່າໜຶ່ງປີຫຼັງຈາກວັນທີເຮັດວຽກ.