ສາມາດສົ່ງເວລາໄດ້ໂດຍໃຊ້ CareAttend IVR ໂດຍໃຊ້ໂທລະສັບຕັ້ງໂຕະຂອງຜູ້ບໍລິໂພກ. CareAttend IVR ຖືກພິຈາລະນາວ່າເປັນວິທີການທາງເລືອກອື່ນສຳລັບ EVV. ການເຮັດວຽກກະຈະຕ້ອງໄດ້ຮັບການອະນຸມັດຈາກ EOR ຜ່ານ IVR ຫຼື ເວັບໄຊທ໌ DirectMyCare ຂອງ CDVA. ຖ້າທ່ານບໍ່ສາມາດໃຊ້ CareAttend IVR ໄດ້, ທ່ານຈໍາເປັນຕ້ອງໃສ່ການເຮັດວຽກກະໃນເວັບໄຊທ໌ ແລະ ສົ່ງໃຫ້ EOR ເພື່ອຂໍການອະນຸມັດ. EOR ຈະຕ້ອງທົບທວນ ແລະ ອະນຸມັດເວລາໃນເວັບໄຊທ໌. ການສົ່ງເວລາປະເພດນີ້ຕ້ອງຜ່ານຂະບວນການຍົກເວັ້ນ. ເວລາທີ່ສົ່ງດ້ວຍຕົນເອງໃນເວັບໄຊທ໌ໂດຍພະນັກງານບໍ່ສອດຄ່ອງກັບ EVV. ການປ້ອນເວລາດ້ວຍຕົນເອງຈະຖືກຕິດຕາມກວດກາໂດຍ DMAS ແລະ MCOs. ການບໍ່ປະຕິບັດຕາມຢ່າງຕໍ່ເນື່ອງອາດຈະສົ່ງຜົນໃຫ້ຖືກຖອນການລົງທະບຽນອອກຈາກໂຄງການ.