ບັດນີ້ທ່ານເປັນນາຍຈ້າງແລ້ວ, ທ່ານອາດຈະໄດ້ຮັບຈົດໝາຍ ຫຼື ແບບຟອມຕ່າງໆ. ຈົດໝາຍເຫຼົ່ານີ້ອາດຈະມາຈາກ IRS, ກົມພາສີຂອງລັດເວີຈິເນຍ, ແລະ ຄະນະກຳມະການການຈ້າງງານຂອງລັດເວີຈິເນຍ. CDCN ຂໍໃຫ້ສົ່ງຈົດໝາຍເຫຼົ່ານີ້ໄປຫາ CDCN ແຕ່ມັນອາດຈະຖືກສົ່ງໄປທີ່ຢູ່ຂອງນາຍຈ້າງ. ຈົດໝາຍສ່ວນໃຫຍ່ແມ່ນເພື່ອໃຫ້ຂໍ້ມູນເທົ່ານັ້ນ ແລະ ທ່ານບໍ່ຈຳເປັນຕ້ອງປະຕິບັດ. ຖ້າທ່ານມີຄຳຖາມ, ໃຫ້ໂທຫາບໍລິການລູກຄ້າຂອງ CDCN; ພວກເຮົາອາດຈະຂໍໃຫ້ທ່ານສົ່ງເອກະສານທາງແຟັກ, ອີເມວ ຫຼື ທາງໄປສະນີມາໃຫ້ພວກເຮົາ.